ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິດ​ສະ​ລາ​ແອນ -ຮາ​ມາດ ເຈລະຈາ​ຢຸດ​ຍິງ ໄດ້​ຮັບການປະສານງານຄືນໃໝ່​ຢູ່ ເອ​ຢິບ


     ສຳນັກ​ຂ່າວ​ ຫວຽດນາມ ​ລາຍ​ງານ​ວັນ​ທີ 31 ມີນາ 2024 ນີ້​ວ່າ: ໄດ້​ມີ​ການ​ເຈລະຈາ​ທາງ​ອ້ອມ ລະຫວ່າງ ອິດ​ສະ​ລາ​ແອນ ແລະ ຂະ
​ບວນ​ການ​ອິດ​ສະ​ລາມ ຮາ​ມາດ​ ໄດ້​ຮັບ​ການ​ປະສານງານຄືນໃໝ່​ໃນ​ວັນ​ທີ 31 ມີນາ ຜ່ານ​ມາ​ນີ້ ຢູ່​ນະຄອນຫຼວງ ກາຍ​ໂຣ ຂອງ ເອ​ຢິບ. ການ
​ເຈລະຈາ​ສືບຕໍ່​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ບັນດາ​ຜູ້​ເປັນກາງ​ສາກົນທີ່​ມາ​ຈາກ ​ອາ​ເມ​ຣິ​ກາ, ເອ​ຢິບ ແລະ ກາ​ຕາ, ເພື່ອ​ແນໃສ່​ເປົ້າ​ໝາຍ​ບັນລຸ​ຂໍ້​
ຕົກລົງ​ຢຸດ​ຍິງ ໃນ​ໄລຍະ​ຍາວຢູ່​ເຂດ​ ກາ​ຊາ, ພ້ອມ​ກັບ​ເງື່ອນໄຂ​ແລກປ່ຽນ​ຕົວ​ປະກັນ ແລະ ນັກໂທດ ລະຫວ່າງ ອິດ​ສະ​ລາ​ແອນ ແລະ ຮາ​
ມາດ. ການ​ເຈລະຈາ ກາຍ​ໂຣ​ໄດ້​ຮັບການປະສານງານ​ຄືນໃໝ່​ພາຍຫຼັງ 1 ອາທິດ ຮອບ​ເຈລະຈາ​ຢູ່ ນະຄອນຫຼວງ ໂດ​ຮາ, ກາ​ຕາ ບໍ່​ສຳເລັດ
ຍ້ອນ​ອິດ​ສະ​ລາ​ແອັນ ແລະ ຮາ​ມາດ ບໍ່​ສາມາດ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ບາງ​ເນື້ອ​ໃນ​ສຳຄັນ​ຂອງ​ຂໍ້​ຕົກລົງ​ຢຸດ​ຍິງ​ໄດ້. ຕາມ​ສື່​
ມວນ​ຊົນ​ອິດ​ສະ​ລາ​ແອັນ​ໃຫ້​ຮູ້​ອິ​ກວ່າ: ສະມາຊິກ​ຄະນະ​ປະຕິບັດ​ງານ​ຂອງ​ປະເທດ ທີ່​ເຂົ້າ​ຮ່ວມ​ຮອບ​ເຈລະຈາ​ຢູ່​ກາຍ​ໂຣ​ໃນ​ວັນ​ທີ 31 ມີນາ
ຜ່ານ​ມາ​ແມ່ນ​ເຈົ້າ​ໜ້າທີ່​ໃນ​ສອງ​ອົງການ​ສືບ​ຂ່າວ Shin Bet ແລະ Mossad.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 03/04/2024